Anthropic ກຳລັງຫຼຸດຈຳນວນຄັ້ງທີ່ຜູ້ໃຊ້ຕ້ອງກົດອະນຸຍາດໃນ Claude Code ແລະຈະເປີດ Auto Mode ເປັນຄ່າເລີ່ມຕົ້ນສຳລັບ Pro, Max ແລະ Team ຕັ້ງແຕ່ 14 ສິງຫາ.
Claude Code ຈະສືບຕໍ່ເຮັດວຽກໂດຍບໍ່ຢຸດຂໍ Permission ທຸກຂັ້ນຕອນ.
ລະບົບຈະຢຸດເມື່ອການກະທຳບໍ່ສາມາດຍ້ອນກັບໄດ້, ເປັນການທຳລາຍ ຫຼືມຸ່ງໄປນອກ Environment ຂອງຜູ້ໃຊ້.
ຂໍ Permission ໜ້ອຍລົງ
Auto Mode ຈະປ່ອຍໃຫ້ວຽກທົ່ວໄປດຳເນີນຕໍ່ໂດຍອັດຕະໂນມັດ.
Auto Mode ກວດພົບຄວາມສ່ຽງໄດ້ດີກວ່າ
Anthropic ທົດສອບກັບຜູ້ໃຊ້ແບບເສຍເງິນ 1,053 ຄົນ.
Auto Mode ກວດພົບການກະທຳອັນຕະລາຍ 89%.
ການກວດໂດຍຄົນພົບພຽງ 13.6%.
ຜູ້ໃຊ້ຍັງກົດອະນຸຍາດ Permission Prompt 97%.
Permission ອາດກາຍເປັນຄວາມເຄີຍຊິນ
ການຂໍອະນຸຍາດບ່ອຍເກີນໄປອາດເຮັດໃຫ້ຜູ້ໃຊ້ກົດຜ່ານໂດຍບໍ່ກວດລະອຽດ.
Auto Mode ຈຶ່ງຍ້າຍການຕັດສິນບາງສ່ວນໄປຫາລະບົບຄວາມປອດໄພ.
ທີມ Claude Code ໃຊ້ມາຫຼາຍເດືອນ
Boris Cherny ລະບຸວ່າລາວ ແລະທີມໃຊ້ Auto Mode ພຽງຢ່າງດຽວມາຫຼາຍເດືອນ.
ເພີ່ມລະບົບປ້ອງກັນ
Anthropic ເພີ່ມ Prompt Injection Screening ແລະ Customizable Hard Deny Rules.
Rules ສາມາດບລັອກ Data Exfiltration ແລະພຶດຕິກຳສ່ຽງອື່ນໆ.








